ບໍລິສັດ ເມົາຕິມີເດັຍ ແອນ ເທັກໂນໂລຊີ ຊູລູຊັ້ນ ເອັມທີເອສ ຈຳກັດຜູ້ດຽວ ແມ່ນສ້າງຕັ້ງຂື້ນທ່າຍປີ 2011 ເພື່ອໃຫ້ບໍລິການ ດ້ານການອອກແບບ ສຳລັບສື່ໂຄສະນາ, ສື່ສີພີມ, ການໃຫ້ບໍລິການຄຳປືກສາດ້ານ ໄອທີ ແລະ ເລື່ອງຂອງເທັກໂນໂລຊີ, ການອອກແບບ ແລະ ພັດທະນາສື່ປະຕິສຳພັນກັບຜູ້ໃຊ້ ຫລື ອີນເຕີແອກທິບ ແລະ ສີ່ສຳຄັນ ແມ່ນການອອກແບບ ແລະ ການພັດທະນາເວັບໄຊ. ພ້ອມກັນນີ້ ທາງບໍລິສັດຂອງພວກເຮົາຍັງໄດ້ ເປີດຝືກອົບຮົມດ້ານຄອມພິວເຕີໃຫ້ແກ່ຜູ້ທີ່ສົນໃຈຮຽນໄດ້ເຂົ້າມາຝືກອົບຮົມ. ຫລັກສູດທີ່ພວກເຮົາເປີດຢູ່ປະຈຸບັນ ແມ່ນຫລັກສູດ ການອອກແບບ ແລະ ຫລັກສູດ ການພັດທະນາເວັບໄຊ. MTS ມີທີມງານທີ່ເຂັມແຂງເຊີ່ງມີປະສົບການຫລາຍກວ່າ 10 ປີ ໃນການອອກແບບ ແລະ ພັດທະນາເວັບໄຊ ແລະ ການສ້າງສື່ໂຄສະນາ. ດ້ວຍເຫດຜົນນີ້ພວກເຮົາຈື່ງສ້າງຕັ້ງບໍລິສັດນີ້ຂື້ນມາ ເພື່ອໃຫ້ບໍລິການດ້ານນີ້ໂດຍສະເພາະ ໃນ ສ ປ ປ ລາວ. ເປົ້າໝາຍທີ່ສຳຄັນຂອງພວກເຮົາແມ່ນ ການເປັນຜູ້ໃຫ້ບໍລິການແບບມື້ອາຊີບທີ່ດີທີ່ສຸດສຳລັບລູກຄ້າ.
ບໍລິສັດຂອງພວກເຮົາ ແມ່ນເປັນບໍລິສັດຂອງຄົນລາວ 100% ເຊີ່ງທີມງານຂອງພວກເຮົາເປັນຜູ້ທີ່ມີປະສົບການ ແລະ ເຮັດວຽກໃນລະດັບສາກົນມາແລ້ວ ເຊີ່ງຄຸນນະພາບແມ່ນແທບເທົ່າກັບສາກົນແນ່ນອນ.