
ວັນທີເປີດຮຽນ
ພາກຮຽນ | ເວລາ | ເລີ່ມ | ຈົບວັນທີ |
---|---|---|---|
ພາກວັນ ຈັນ – ສຸກ | 17:45 – 20:15 ໂມງ | 04/06/2018 | 29/06/2018 |
ຫລັກສູດ ການສ້າງເວັບ Web Dev + WordPress Them
ໃນຫລັກສູດນີ້ແມ່ນເປັນຫລັກສູດທີ່ຈະນຳທ່ານໄປສູ່ການເປັນ ນັກອອກແບບເວັບໄຊທ໌ທັນສະໃຫມແບບມື້ອາຊີບ, ເໝາະສຳລັບຜູ້ທີ່ຕ້ອງການຮຽນຮູ້ຂະບວນການອອກແບບເວັບໄຊທ໌ແບບຖືກວີທີ ແລະ ເທັກໂນໂລຊີ ສະໃໝໃໝ່ໃນການເຮັດເວັບໄຊທ໌ ເຊີ່ງຜູ້ເຂົ້າຮຽນຈະໄດ້ຮຽນຮູ້ຂະບວນການຂອງການສ້າງເວັບໄຊທ໌ຂື້ນມາດ້ວຍການອອກແບບ Wireframe ຂອງເວັບໄຊທ໌ ການເຂົ້າໃຈໂຄງສ້າງຂອງພາສາ HTML ການອອກແບບໜ້າຕາເວັບໄຊທ໌ໂດຍໃຊ້ ໂປຣແກມ Photoshop, ການນຳ File PSD ໃນ Photoshop ໃຫ້ແປງມາເປັນເວັບໄຊທ໌ດ້ວຍການຂຽນ code HTML/CSS, ຮຽນຮູ້ພາສາ CSS ໃນການເຮັດໃຫ້ເວັບໄຊທ໌ອອກມາງາມ, ການນຳໃຊ້ Inspect Element ໃນການວິເຄາະໂຄງສ້າງຂອງ CSS. ຫລັງຈາກນັ້ນແມ່ນຈະໄດ້ຮຽນກ່ຽວກັບການສ້າງ Theme ຂອງ WordPress ເພື່ອເອົາໄປໃຊ້ງານ ເຊີ່ງເປັນ CMS ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນທົ່ວໂລກ ເພາະເປັນການໃຊ້ງານງ່າຍ ແລະ ມີຄົນພັດທະນາຫລາຍ ແລະ ສ້າງເວັບໄຊທ໌ໄດ້ຢ່າງວອງໄວ. ນອກນັ້ນຍັງຈະໄດ້ຮຽນກ່ຽວກັບການເຮັດເວັບໄຊທ໌ໃສ່ສະໜັບສະໜູນການເຂົ້າເບິ່ງຈາກ ໂທລະສັບມືຖື ຫລື ເຄື່ອງ Tablet ຫລືເອີ້ນອີກແບບໜຶ່ງວ່າ Responsive Design.
ຕາຕະລາງຮຽນ
ບົດທີ 1: ພື້ນຖານກ່ອນການສ້າງເວັບ
ຮຽນຮູ້ກ່ຽວກັບລະບົບອີນເຕີເນັດ, ເຄືອຄ່າຍ ແລະ ເວັບໄຊທ໌ເຮັດວຽກຈັງໃດ ເວັບໄຊທ໌ມີຈັກປະເພດ
- ເຂົ້າໃຈເລື່ອງຂອງລະບົບເຄືອຄ່າຍ Network ແລະ ອີນເຕີເນັດ
- ເຂົ້າໃຈວ່າ ເວັບໄຊທ໌ມີການເຮັດວຽກແນວໃດ
- ປະເພດຂອງເວັບໄຊທ໌ມີຈັກປະເພດ ແລະ ອານາຄົດຂອງເວັບໄຊທ໌ຈະໄປທິດທາງໃດ
- ເຄື່ອງມືໃນການພັດທະນາເວັບໄຊທ໌, ພາສາທີ່ໃຊ້ໃນການຂຽນເວັບໄຊທ໌
- ການເຊົ່າ Hosting ແລະ Domain Name
- WordPress ແມ່ນຫຍັງ ແລະ ໃຜແນ່ນໍາໃຊ້ WordPress ໃນການສ້າງເວັບໄຊທ
ບົດທີ 2: ຮຽນຮູ້ການນໍາໃຊ້ WordPress
ຮຽນຮູ້ເລື່ອງຂອງການສ້າງ ເວັບໄຊທ ດ້ວຍ CMS WordPress
- ການຕິດຕັ້ງ Server ຈໍາລອງເພື່ອໃຊ້ງານກັບ WordPress
- ການຕິດຕັ້ງ WordPress ເຂົ້າໄປໃນ Server ຈໍາລອງ
- ທໍາຄວາມເຂົ້າໃຈກັບ Front End ແລະ Back End ຂອງ WordPress
- ການຕັ້ງຄ່າ Setting ຂອງ WordPress ສໍາລັບການສ້າງເວັບໄຊທ
- ການສ້າງຂ່າວດ້ວຍ Post
- ການສ້າງໜ້າຂໍ້ມູນຕ່າງໆຂອງເວັບໄຊທ ໂດຍນໍາໃຊ້ Page
- ການຈັດການກັບຮູບໃນ Media library
- ການສ້າງ Menu ໃນເວັບໄຊທ
ບົດທີ 3: ຮຽນຮູ້ການນໍາໃຊ້ WordPress
ຮຽນຮູ້ເລື່ອງຂອງການສ້າງ ເວັບໄຊທ ດ້ວຍ CMS WordPress Theme – Widget – Plugin
- ການນໍາໃຊ້ ແລະ ປ່ຽນໜ້າຕາຂອງເວັບໄຊທ ໂດຍໃຊ້ Theme
- ທໍາຄວາມເຂົ້າໃຈວ່າ Widget ແມ່ນຫຍັງໃຊ້ງານແບບໃດ
- ການເພີ່ມຄວາມສາມດ້ານຕ່າງໃຫ້ກັບ WordPress ໂດຍນໍາໃຊ້ Plugin
- ການບໍລິຫານຈັດການເລື່ອງຄວາມປອດໄພຂອງເວັບໄຊທ
- ການວາງແຜນສໍາລັບການອອກແບບໜ້າຕາເພື່ອນໍາມາໃຊ້ກັບ WordPress
ບົດທີ 4: ຮຽນຮູ້ການນໍາຂຽນ code HTML / CSS
ຮຽນຮູ້ເຂົ້າໃຈໂຄງສ້າງຂອງເວັບໄຊທ໌ໂດຍພາສາ HTML ແລະ CSS
- ຕິດຕັ້ງໂປຣແກມ Brackets ສໍາລັບໃຊ້ໃນການຂຽນ Code
- ການຕິດຕັ້ງ Plugin ເສີ່ມໃຫ້ກັບ Brackets ໃນການອໍານວຍຄວາມສະດວກໃນການຂຽນ Code
- ເລີ່ມຕົ້ນຂຽນ Code ໂດຍຮຽນຮູ້ພື້ນຖານຂອງພາສາ HTML
- ອົງປະກອບຕ່າງໆ ທີ່ມີຢູ່ໃນ Heading Tag ຂອງ HTML
- ຮຽນຮູ້ Tag ຕ່າງໆໃນພາສາ HTML ເຊັ່ນ: ແທກ P, ແທກ H1-h6, ແທກ hr, ແທກ br,
- ຮຽນຮູ້ການສ້າງ file CSS ແລະ ພື້ນຖານຂອງພາສາ CSS
ບົດທີ 5: ຮຽນຮູ້ການນໍາຂຽນ code HTML / CSS
ຮຽນຮູ້ເຂົ້າໃຈໂຄງສ້າງຂອງເວັບໄຊທ໌ໂດຍພາສາ HTML ແລະ CSS
- ຮຽນຮູ້ tag ຕ່າງໆຂອງພາສາ HTML ເຊັ່ນ ແທກ a, ແທກ ul, ແທກ img, ແທກ div ແລະ ອື່ນໆ
- ຮຽນຮູ້ ການໃຊ້ງານ HTML ຮ່ວມກັບ CSS
- ຮຽນຮູ້ວິທີການ ໃຊ້ Selector ຂອງ CSS ເພື່ອເລືອກ ແທກ HTML
- ຮຽນຮູ້ແທກທີ່ໃຊ້ການຈັດຕົວໜັງສື ແລະ ຈັດໜ້າເອກະສານ ໂດຍຄໍາສັ່ງ CSS
ບົດທີ 6: ຮຽນຮູ້ການນໍາຂຽນ code HTML / CSS
ຮຽນຮູ້ເຂົ້າໃຈໂຄງສ້າງຂອງເວັບໄຊທ໌ໂດຍພາສາ HTML ແລະ CSS
- ຮຽນຮູ້ tag ຕ່າງໆຂອງພາສາ HTML ເພີ່ມເຕີ່ມ
- ຄວາມເຂົ້າໃຈກ່ຽວກັບການນໍາໃຊ້ Font ໃນເວັບໄຊທ ແລະ ວິທີການທີ່ດີທີ່ສຸດສໍາລັບນໍາໃຊ້ຕົວໜັງສື່ລາວໃນເວັບໄຊທ
- ຮຽນຮູ້ກ່ຽວກັບ CSS BOX Model ແລະ ການເຮັດວຽກຂອງມັນ.
ບົດທີ 7: ຮຽນຮູ້ການນໍາຂຽນ code HTML / CSS
ຮຽນຮູ້ເຂົ້າໃຈໂຄງສ້າງຂອງເວັບໄຊທ໌ໂດຍພາສາ HTML ແລະ CSS
- ຮຽນຮູ້ ການນໍາໃຊ້ ແທກ div ໃນການສ້າງ layout ຂອງເວັບໄຊທ
- ຮຽນຮູ້ຄໍາສັງ float ຂອງ CSS ໃນການຈັດ layout
- ຮຽນຮູ້ຄໍາສັ່ງ Flex Box ໃໝ່ຂອງພາສາ CSS
- ຮຽນຮູ້ຄໍາສັງ Display ໃນພາສາ CSS
ບົດທີ 8: ຮຽນຮູ້ການນໍາຂຽນ code HTML / CSS
ຮຽນຮູ້ເຂົ້າໃຈໂຄງສ້າງຂອງເວັບໄຊທ໌ໂດຍພາສາ HTML ແລະ CSS
- ຮຽນຮູ້ ການຂຽນໂຄງສ້າງຂອງ menu ໂດຍພາສາ HTML
- ຮຽນຮູ້ການຂຽນ Menu ໂດຍໃຊ້ ພາສາ CSS
- ຮຽນຮູ້ວິທີການຂຽນ ເມນູ ແບບ ລວງຕັ້ງ ແລະ ລວງນອນ.
ບົດທີ 9: ຮຽນຮູ້ການນໍາຂຽນ code HTML / CSS
ຮຽນຮູ້ເຂົ້າໃຈໂຄງສ້າງຂອງເວັບໄຊທ໌ໂດຍພາສາ HTML ແລະ CSS
- ຮຽນຮູ້ການໃຊ້ຄໍາສັ່ງ CSS Position ໃນການຈັດ Position ຕ່າງ
- ຮຽນຮູ້ການຂຽນ Menu ທີ່ມີຫລາຍຊັ້ນ ໂດຍນໍາໃຊ້ ພາສາ CSS
- ຮຽນຮູ້ການຂຽນ CSS3 ເມນູ Effects
ບົດທີ 10: ຮຽນຮູ້ການນໍາໃຊ້ Bootstrap Framework
ແນະນໍາກ່ຽວກັບການນໍາໃຊ້ Bootstrap Framework ໃນການສ້າງເວັບໄຊທ
- Bootstrap Framework ແມ່ນຫຍັງ ໃຊ້ໄວ້ເພື່ອຫຍັງ.
- ການນໍາເອົາ Bootstrap Framework ມາໃຊ້ໃນການສ້າງໂຄງສ້າງຂອງເວັບໄຊທ
- ການນໍາໃຊ້ Bootstrap Framework ແລະ ການຂຽນ code ເພີ່ມເຕີ່ມເພື່ອໃຫ້ໄດ້ໃນສີ່ງທີ່ຕ້ອງການ
ບົດທີ 11: ຮຽນຮູ້ການນໍາໃຊ້ Bootstrap Framework
ແນະນໍາກ່ຽວກັບການນໍາໃຊ້ Bootstrap Framework ໃນການສ້າງເວັບໄຊທ
- ການນໍາໃຊ້ class ຕ່າງໆ ທີ່ມີຢູ່ໃນ Bootstrap
- ທົດລອງເຮັດເປັນເວັບໄຊທ ຕົວຢ່າງ
- ການນໍາໃຊ້ Bootstrap Framework ແລະ ການຂຽນ code ເພີ່ມເຕີ່ມເພື່ອໃຫ້ໄດ້ໃນສີ່ງທີ່ຕ້ອງການ
ບົດທີ 12: ຮຽນຮູ້ການອອກແບບ UI ດ້ວຍ Photoshop CC
ການນໍາໃຊ້ Photoshop ໃນການອອກແບບໜ້າຕາ User Interface(UI) ຂອງເວັບໄຊທ
- ຮຽນຮູ້ພື້ນຖານການນໍາໃຊ້ເຄື່ອງມື Photoshop CC
- ການຕັ້ງຄ່າ Website ທີ່ໃຊ້ໃນການອອກແບບ UI
- ເຄື່ອງມືທີ່ໃຊ້ສໍາລັບແຕ້ມໂຄງສ້າງ ແລະ ສີສັນຂອງເວັບໄຊທ.
ບົດທີ 13: ຮຽນຮູ້ການອອກແບບ UI ດ້ວຍ Photoshop CC
ການນໍາໃຊ້ Photoshop ໃນການອອກແບບໜ້າຕາ User Interface(UI) ຂອງເວັບໄຊທ
- ການອອກແບບ ໜ້າຕາຂອງເວັບໄຊທຕົວຈິງ
- ການ export ອົງປະກອບຕ່າງໆຂອງ Graphic ທີ່ຈະເອົາໄປໃຊ້ໃນເວັບໄຊທ.
ບົດທີ 14: Workshop ເຮັດເວັບໄຊທຕົວຈິງ
Workshop ການສ້າງເວັບໄຊທຕົວຈິງໂດຍໃຊ້ HTML/CSS ແລະ Bootstrap
- ການວິເຄາະ file ຈາກການອອກແບບ ແລ້ວເອົາມາຂຽນເປັນເວັບໄຊທ.
- ການຂຽນເວັບໄຊທ ຕົວຈິງໂດຍໃຊ້ HTML/CSS ແລະ Bootstrap Framework
- ການຂຽນໜ້າຕາ index.html
ບົດທີ 15: Workshop ເຮັດເວັບໄຊທຕົວຈິງ
Workshop ການສ້າງເວັບໄຊທຕົວຈິງໂດຍໃຊ້ HTML/CSS ແລະ Bootstrap
- ການຂຽນເວັບໄຊທ ຕົວຈິງໂດຍໃຊ້ HTML/CSS ແລະ Bootstrap Framework
- ການຂຽນໜ້າຕາ page.html
ບົດທີ 16: Workshop ເຮັດເວັບໄຊທຕົວຈິງ
Workshop ການສ້າງເວັບໄຊທຕົວຈິງໂດຍໃຊ້ HTML/CSS ແລະ Bootstrap
- ການຂຽນເວັບໄຊທ ຕົວຈິງໂດຍໃຊ້ HTML/CSS ແລະ Bootstrap Framework
- ການຂຽນໜ້າຕາ news.html
ບົດທີ 17: Workshop ການສ້າງ Theme WordPress
Workshop ການສ້າງ Theme WordPress ແບບພື້ນຖານເພື່ອໃຊ້ງານຈິງ
- ຮຽນຮູ້ໂຄງສ້າງ ແລະ ການເຮັດວຽກຂອງ WordPress Theme
- ເອົາ code ທີ່ຂຽນມາຈາກບົດກ່ອນໜ້ານີ້ເອົາມາເຮັດເປັນ Themes ຂອງ WordPress
- ແນະນໍາກ່ຽວກັບ WordPress MTS Theme Framework
- ການເອົາ code HTML ເຂົ້າໄປໃສ່ຢູ່ໃນພາສາ PHP ຂອງ WordPress Theme
- ການສ້າງໜ້າສະແດງຂໍ້ມູນ Page
ບົດທີ 18: Workshop ການສ້າງ Theme WordPress
Workshop ການສ້າງ Theme WordPress ແບບພື້ນຖານເພື່ອໃຊ້ງານຈິງ
- ການສ້າງໜ້າສະແດງຂໍ້ມູນ ປະເພດຂ່າວ Post
- ການສ້າງ Widget ເພື່ອນໍາໃຊ້ໃນພື້ນທີ່ທີ່ຕ້ອງການ.
- ຮຽນຮູ້ການປັບແຕ່ງ file functions.php ເພື່ອການໃຊ້ງານທີ່ເໝາະສົມ.
ບົດທີ 19: Workshop ການສ້າງ Theme WordPress
Workshop ການສ້າງ Theme WordPress ແບບພື້ນຖານເພື່ອໃຊ້ງານຈິງ
- ການສ້າງຂຽນຂໍ້ມູນສະແດງຜົນໜ້າ Front-page.php
- ວິທີການ Loop ເອົາຂໍ້ມູນມາສະແດງຜົນຂອງ WordPress
- ຈັດການອົງປະກອບຂອງ File ຕ່າງໃນ WordPress
ບົດທີ 20: ການນໍາໃຊ້ WordPress Theme ທີ່ສ້າງມາກັບ Server ຕົວຈິງ
ພາກສະຫລຸບການຮຽນ
- ສະຫຼຸບ ແລະ ວິເຄາະຜົນງານການເຮັດວຽກໃຊ້ຂອງແຕ່ລະຄົນ
- ການນໍາໃຊ້ເວັບໄຊທໃນ Server ຕົວຈິງຂອງແຕ່ລະຄົນ
- ການນຳຄວາມຮູ້ໄປພັດທະນາຕໍ່ໃນການເຮັດເວັບໄຊທ໌ແບບຕ່າງໆ
- ເປີດໂອກາດໃຫ້ສອບຖາມຂໍ່ມູນເພີ່ມເຕີມທີ່ຢາກຮູ້
- ມອບ ຮັບ ໃບປະກາດ ໂດຍຜູ້ອຳນວຍການ ພ້ອມກັບຖ່າຍຮູບລວມສາມັກຄີ (ຈົບຫລັກສູດ)
ໄລຍະເວລາທີ່ໃຊ້ໃນການຮຽນ
ຫຼັກສູດ 60ຊມ ຮຽນທັງໝົດ 20ຄັ້ງ, ຄັ້ງລະ 3 ຊມ
ການລົງທະບຽນຮຽນ ແລະ ຄ່າໃຊ້ຈ່າຍ
ສຳລັບຄ່າຮຽນຫລັກສູດ Web Devolopment ແມ່ນ
1,500,000 ກີບ
- ໃຊ້ຄອມບໍລິສັດ MTS 1 ຫນ່ວຍ ຕໍ່ 1 ທ່ານ ຫລື ຈະເອົາຄອມມາເອງກໍ່ໄດ້ ມີໂປຣແກມໃຫ້.
- ມີເອກະສານບົດຮຽນເປັນ File PDF ໃຫ້ໃນເວລາຮຽນ.
- ໄດ້ທົດລອງນໍາໃຊ້ server ຕົວຈິງເພື່ອລ່ອງກັບເວັບໄຊທ Free ເປັນເວລາ 3 ເດືອນ
- ຮັບຊຸດລະ 15 ທ່ານ. ຈຳນວນຄົນຕໍາສຸດຕໍ່ຫ້ອງຢ່າງນ້ອຍແມ່ນ 8 ຄົນຈິ່ງສາມາດເປີດສອນໄດ້.
ພື້ນຖານຂອງຜູ້ຮຽນ
- ຮູ້ນຳໃຊ້ Windows ຫຼື Mac, ຖ້າເຄີຍໃຊ້ Photoshop ມາກ່ອນແມ່ນຈະເປັນການດີ (ຖ້າພີມໄດ້ໄວກໍ່ຈະຍິ່ງດີ)
- ເປັນຄົນມີຄວາມສົນໃຈຢາກຮຽນຮູ້ກ່ຽວກັບເລື່ອງເວັບ
- ພື້ນຖານດ້ານພາສາອັງກິດ ໜ້ອຍໜື່ງກໍ່ດີ.
- ບໍ່ຈໍາກັດອາຍຸ
ໂປຣແກມທີ່ໃຊ້ຮຽນ
- Brackets,
- Photoshop CC 2017,
- Local by flywheel WordPress
- WordPress Theme Creation Tools
ປະໂຫຍດທີ່ຈະໄດ້ຮັບ
- ຜູ້ຈົບຫລັກສູດໄດ້ເຂົ້າໃຈຂະບວນການ ແລະ ຂັ້ນຕອນຂອງການເຮັດເວັບໄຊທ໌ທັນສະໃຫມແບບມືອາຊີບ, ສາມາດເຂົ້າໃຈ ແລະ ວິເຄາະໂຄງສ້າງຂອງເວັບໄຊທ໌ອື່ນໆ ທີ່ມີຢູ່ໃນອີນເຕີເນັດໄດ້ວ່າເວັບໄຊທ໌ເຫລົ່ານັ້ນຖືກສ້າງມາແບບໃດ.
- ຜູ້ຈົບຫລັກສູດສາມາດອອກແບບເວັບໄຊທ໌ຂອງຕົວເອງ ຫຼື ສາມາດດັດແປງເວັບໄຊທ໌ຂອງຜູ້ອື່ນໄດ້, ມີຄວາມເຂົ້າໃຈກ່ຽວກັບພາສາ HTML ແລະ CSS ແລະ ສາມາດທີ່ຈະພັດທະນາ ຫຼື ສ້າງ Template ໃຫ້ກັບເວັບໄຊທ໌ ພວກ CMS ໄດ້.
- ສຳລັບນັກຮຽນຜູ້ທີ່ເຂົ້າຮຽນແລ້ວຫາກມີການຂາດຮຽນ, ຫຼື ຕິດພາລະກິດຈຳເປັນ, ຫຼື ຮຽນແລ້ວຍັງບໍ່ເຂົ້າໃຈຄັກ ຫລື ບໍ່ຫມັນໃຈ, ນັກຮຽນສາມາດເຂົ້າມາຮຽນຄືນໄດ້ອີກ 1 ຄັ້ງພາຍໃນໄລຍະເວລາ 1 ປີ. ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ.
- ໃນກໍ່ລະນີທີ່ມາຮຽນຄືນແລ້ວຄົນເຕັມແມ່ນແນະນຳໃຫ້ຜູ້ທີ່ມາຮຽນຄືນເອົາຄອມພິວເຕີມາເອງ.
- ຜູ້ຜ່ານການອົບຮົມແມ່ນຈະໄດ້ຮັບໃບຍັງຢືນຜ່ານການອົບຮົມຫຼັກສູດຈາກບໍລິສັດ MTS.
- ສາມາດສະຫມັກຮຽນໂດຍຜ່ານການ ລົງທະບຽນອອນລາຍ ຫລື ຈະເຂົ້າມາລົງທະບຽນທີ່ບໍລິສັດ MTS ເລີຍກໍໄດ້
- ກະລຸນາມາຊໍາລະຄ່າຮຽນພາຍໃນ 3 ວັນ ຫລັງຈາກມື້ລົງທະບຽນອອນລາຍ ເພື່ອເປັນການຈອງບ່ອນນັ່ງຂອງທ່ານທີ່ແນ່ນອນ ມາກ່ອນມີສິດກ່ອນ ບ່ອນນັ່ງມີຈຳນວນຈຳກັດ ພວກເຮົາຮັບຊຸດລະ 15 ທ່ານເທົ່ານັ້ນ.
- ສາມາດຊຳລະເງິນພາຍໃນມື້ທີ່ທ່ານມາລົງທະບຽນທີ່ບໍລິສັດໄດ້ ຫລື ຖ້າຫາກບໍ່ສະດວກຊຳລະເງິນມື້ລົງທະບຽນ ຫລື ຕາມມື້ທີ່ກຳນົດຂ້າງເທິງນັ້ນ ສາມາດມາຊຳລະຄ່າຮຽນມື້ເຂົ້າຮຽນມື້ທຳອິດໄດ້ ແຕ່ທ່ານຕ້ອງໄດ້ມາລົງລາຍເຊັນໄວ້ໃສ່ຟອມລົງທະບຽນຢູ່ທີ່ບໍລິສັດ ເພື່ອຢັ້ງຢືນບ່ອນນັ່ງ ແລະ ຢັ້ງຢືນວ່າທ່ານຈະຊຳລະພາຍໃນເວລາທີ່ບໍລິສັດກຳນົດໃຫ້ພິເສດນີ້.
- ໃນກໍລະນີຈ່າຍເງິນແລ້ວຈະບໍ່ມີສິດຖອນຄືນໄດ້ ແຕ່ທ່ານສາມາດເລື່ອນໄປຮຽນຊຸດຕໍ່ໄປໄດ້.
- ການຊໍາລະເງິນສາມາດເຂົ້າມາຊຳລະທີ່ຫ້ອງການ MTS ໂດຍກົງ ຫລື ສາມາດໂອນເງິນຜ່ານບັນຊີທະນາຄານ BCEL ກໍໄດ້ ເລກທີບັນຊີ 010120000463392001 ຊື່ບັນຊີ MALYSA PHETRASY ທະນະຄານການຄ້າຕ່າງປະເທດລາວ.
- ເນື່ອງຈາກວ່າ ພວກເຮົາຮັບຈຳນວນຈຳກັດ ພວກເຮົາຂໍສະຫງວນສິດໃນການຍົກເລີກການລົງທະບຽນຂອງທ່ານ ໃນກໍລະນີທ່ານບໍ່ມາຊຳລະເງິນພາຍໃນມື້ທີ່ບໍລິສັດກຳນົດ ແລະ ຂໍມອບສິດໃຫ້ນັກຮຽນທ່ານອື່ນທັນທີ.